ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ ມອບ​ລໍ້​ໄຟຟ້າ ໃຫ້ສູນ​ເສຍ​ອົງຄະ 598

     ວັນ​ທີ 3 ມັງກອນ 2024, ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ມອບ​ລໍ້​ໄຟຟ້າ​ສຳລັບ​ຄົນ
​ພິການ​ຂາ ຈຳນວນ 01 ຄັນ ໃຫ້​ສູນ​ເສຍ​ອົງຄະ 598, ໂດຍ​ການ​ກ່າວ​ມອບ​ຂອງ​ສະຫາຍ ພັນ​ເອກ ຄຳ​ໄຊ ສະ​ນີ​ແກ້ວ ຮອງ​ຫົວໜ້າ​ ກົມ
ວສ-ປສ ການ​ທະຫານ, ກ່າວຮັບ​ໂດຍ ສະຫາຍ ພັນ​ໂທ ໄກ​ຍະ​ສິດ ນິລະ​ໄຊ ຫົວໜ້າ​ພະ​ແນກ​ຄຸ້ມ​ຄອງ​ພະນັກງານ ແລະ ເສຍ​ອົງຄະ
ກົມ​ນະໂຍບາຍ ກົມ​ໃຫຍ່​ການເມືອງ​ກອງທັບ.

     ສະຫາຍ ພັນ​ໂທ ສັນຕິ ຫຼ່ຽມ​ຜີ ຮອງ​ຫົວໜ້າ​ຫ້ອງ​ວິທະຍາສາດ ເຕັກ​ໂນ​ໂລ​ຊີ ແລະ ສິ່ງແວດລ້ອມ ໄດ້​ກ່າວ​ໃຫ້​ຮູ້​ວ່າ: ລໍ້​ໄຟຟ້າ​ສຳລັບ
​ຄົນ​ພິການ ທີ່​ນຳ​ມາ​ມ
ອບ​ຄັ້ງ​ນີ້ເປັນ​ລົດ​ສາມ​ລໍ້​ທີ່​ ​ກົມ ​​ວສ-​ປສ ການ​ທະຫານ ໄດ້​ມອບ​ໃຫ້​ສູນ​ນຳໄປ​ໃຊ້​ມາ ແຕ່​ປີ 2014 ໄດ້​ ເປ່​ເພ​ຫຼາຍ
​ຈຸດ ບໍ່​ສາມາດ​ໃຊ້​ການ​ໄດ້, ແຕ່​ຍ້ອນ​ເຫັນ​ໄດ້​ຄວາມ​ສຳຄັນ​ຕໍ່​ພະນັກງານ​ເສຍ​ອົງຄະ​ຜູ້​ທີ່ມີ​ຜົນງານ​ຄຸນງາມຄວາມດີ​ຕໍ່​ປະເທດ​ຊາດ, ດັ່ງນັ້ນ
ຂັ້ນ​ເທິງ ຈຶ່ງ​ໄດ້​ຂຶ້ນ​ແຜນ​ສ້ອມແປງ​ໃຫ້​ໃໝ່​ແລ້ວ​ມອບ​ຄືນ​ໃຫ້​ສູນ​ເສຍ​ອົງຄະ 598 ເມືອງ​ນານ ແຂວງ​ຫຼວງ​ພະ​ບາງ ເພື່ອ​ນຳໄປ​ມອບ​ຕໍ່ໃຫ້​
ເຈົ້າ​ຂອງ​ເດີມ​ນຳ​ໃຊ້.

ແຫຼ່ງຂ່າວໂດຍ ສອນ​ໄຊ ສຸກ​ສິງ​ຈັນ
ວັນທີ 09/01/2024